ໂຄງການເສີມຂະຫຍາຍການອ່ານກາບກອນ ແລະ ຂັບລຳ ສັງສີນໄຊ ຄັ້ງທີ III ເປັນໂຄງການຕໍ່ເນື່ອງຈາກໄລຍະທີ I (2015-2016) ແລະ ໄລຍະທີ II (2017-2018) ທີ່ສະມາຄົມສົ່ງເສີມການອະນຸລັກສິລະປະວັນນະຄະດີ (ສອສວ) ເປັນເຈົ້າຂອງໂຄງການ ໂດຍໄດ້ຮັບທຶນສະໜັບສະໜູນຈາກ ຫ້ອງການເພື່ອການພັດທະນາ ແລະ ການຮ່ວມມືແຫ່ງປະເທດສະວິດຊະແລນ (SDC) ພາຍໃຕ້ການຊີ້ນນໍາຂອງ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ດ້ວຍຄວາມຮ່ວມມືຂອງກະຊວງສຶກສາທິການ ແລະ ກິລາ.
ຈຸດປະສົງຂອງໂຄງການ ແມ່ນເພື່ອສົ່ງເສີມແລະອະນຸລັກ ວັນນະຄະດີຄຳກອນ ສັງສິນໄຊ ອັນເປັນມໍລະດົກແຫ່ງຊາດ ຂອງລາວເຮົາ ໃຫ້ເຂົ້າເຖິງຊາວໜຸ່ມນັກຮຽນ ດ້ວຍຫຼາຍກິດຈະກຳທີ່ມີສີສັນ ຂະນະດຽວກັນກໍຮັກສາໄດ້ ເນື້ອໃນ ແລະ ສິລະປະການປະພັນວັນນະຄະດີ ຂອງສຸດຍອດວັນນະຄະດີລ້ານຊ້າງ ເລື່ອງນີ້.
ໃນສົກປີ 2015-2016 ໂຄງການມີຜູ້ເຂົ້າຮ່ວມ 13 ໂຮງຮຽນ ຈາກ 4 ແຂວງຄື ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ບໍລິຄຳໄຊ, ໄຊຍະບູລີ. ສົກປີ 2017-2018 ມີຜູ້ເຂົ້າຮ່ວມ 16 ໂຮງຮຽນ ຈາກ 6 ແຂວງຄື ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ບໍລິຄຳໄຊ, ໄຊຍະບູລີ, ຫຼວງພະບາງ ແລະ ຊຽງຂວາງ. ແລະ ສົກປີ 2020-2021 ສຳລັບໄລຍະທີ III ແມ່ນມີຜູ້ເຂົ້າຮ່ວມຈາກ 27 ໂຮງຮຽນ ໃນ 3 ແຂວງຄື: ຊຽງຂວາງ, ໄຊຍະບູລີ ແລະ ຄຳມ່ວນ. ສະເພາະສົກ 2020-2021 ແມ່ນມີຄູທີ່ໄດ້ຮັບການເຝິກອົບຮົມ 66 ທ່ານ ແລະ ນ້ອງນັກຮຽນເຂົ້າຮ່ວມຮ່ຳຮຽນກວ່າ 2,000 ນ້ອງ.

ກິດຈະກຳຂອງໂຄງການ ປະກອບໄປດ້ວຍ:
1. ການເຝິກອົບຮົມຄູຢູ່ແຕ່ລະໂຮງຮຽນ ໃຫ້ສາມາດສອນການອ່ານ-ເລົ່າກອນສັງສິນໄຊ ໃຫ້ແກ່ນັກຮຽນໃນໂຮງຮຽນຂອງຕົນ ດ້ວຍເຕັກນິກທີ່ເປັນມິດ ແລະ ສາມາດໂນ້ມນ້າວຈິດໃຈຂອງເດັກໄດ້ຢ່າງດີ,
2. ການລົງຕິດຕາມ ແລະ ຊຸກຍູ້ ການຮຽນ ການສອນ ກອນສັງສິນໄຊ ຢູ່ແຕ່ລະໂຮງຮຽນ
3. ຈັດງານບຸນມະໂຫລານສັງສິນໄຊ ຢູ່ແຕ່ລະແຂວງ.
ເປັນທີ່ໜ້າເສຍດາຍ ເນື່ອງຈາກການແຜ່ລະບາດຂອງພະຍາດ COVID-19 ເຮັດໃຫ້ບໍ່ສາມາດຈັດງານບຸນມະໂຫລານສັງສິນໄຊ ສຳລັບທັງ 3 ແຂວງ ຄື ຊຽງຂວາງ, ໄຊຍະບູລີ ແລະ ຄຳມ່ວນ ຕາມແຜນຂອງໂຄງການໄລຍະທີ III ທີ່ວາງໄວ້ໃນໄລຍະເດືອນ ເມສາ ຫາ ມິຖຸນາ 2021.


ແນວໃດກໍຕາມ ສອສວ ຍັງສືບຕໍ່ປະສານງານກັບບັນດາໂຮງຮຽນທີ່ເຂົ້າຮ່ວມໂຄງການ ແລະ ຜູ້ປະສານງານ ຂັ້ນແຂວງ ແລະ ເມືອງ ສືບຕໍ່ການຮຽນການສອນ ກອນສັງສິນໄຊ ຢູ່ແຕ່ລະໂຮງຮຽນ ໂດຍໄດ້ຈັດສົ່ງເຄື່ອງຈາກບັນດາຜູ້ບໍລິຈາກ ໃຫ້ທຸກໂຮງຮຽນເພື່ອເປັນປັດໃຈໃນການສືບຕໍ່ເຝິກແອບ ແລະກຽມຈັດງານບຸນບຸນມະໂຫລານສັງສິນໄຊ ເມື່ອສະຖານະການເອື້ອອຳນວຍ.
ສອສວ ຂໍຂອບໃຈເປັນຢ່າງສູງ ຕໍ່ບັນດາຄູ່ຮ່ວມງານ ຂັ້ນ ແຂວງ ແລະ ເມືອງ, ຄູອາຈານໃນທຸກໆໂຮງຮຽນທີ່ເຂົ້າຮ່ວມໂຄງການ, ຫ້ອງການເພື່ອການພັດທະນາ ແລະ ການຮ່ວມມືແຫ່ງປະເທດສະວິດຊະແລນ (SDC) ຜູ້ອຸປະຖໍາຫຼັກ ແລະ ຜູ້ອຸປະຖໍາອື່ນໆ ທັງບຸກຄົນ ແລະ ອົງກອນ ທີ່ໄດ້ອຸປະຖໍາໂຄງການ ເພື່ອອະນຸລັກ ແລະ ສົ່ງເສີມວັນນະຄະດີ ອັນເປັນມໍລະດົກຂອງຊາດຕະຫຼອດມາ.
ລາຍຊື່ຜູ້ອຸປະຖຳ
- ຮ້ານປື້ມດອກເກດ ແລະ ມມສວ
- ຫ້ອງສະໝຸດ ມະຫາສີລາວິລະວົງ
- ທ່ານ ປ້າຄໍາເມິງ ວໍລະຈິດ
- ທ່ານ ນ. ວິມາລາ ເດຊວົງສາ
- ທ່ານ ສີຫັວດ ພານຸວົງ
- ພຣະອາຈານ ໄພວັນ ມາລາວົງ
- ຍາທ່ານໃຫ່ຍ ມະຫາເວດ ມະເສໄນ
- ໂຮງພິມ ລາວຢູນິພຣິ້ນ ຈໍາກັດ
- ທ່ານ ວິລະພົນ ວິຣະວົງສ໌
- ທ່ານ ວິລະເສນ ວິຣະວົງສ໌
- ບໍລິສັດ ມິສທິນລາວກ້າວໜ້າ ຈໍາກັດຜູ່ດຽວ
- ທ່ານ ວິລັດສັກ ວິສອນນະວົງ
- ທ່ານ ກິດສະໜາ ວົງໄຊ ແລະ ນາງ ຈັນທະຈອນ ວົງໄຊ
- ນາງ ເປົ້າ
- Blue grass design group
- ທ່ານ ບຸນຖະໄຫວ ແກ້ວປັນຍາ
- ນ ພະນົມວັນ ຈິດປັນຍາ
- ທ່ານ ວົງໄພ ບຸນມະນີ
- ທ່ານ ທະນົງສິນ ກັນລະຍາ
ລາຍຊື່ໂຮງຮຽນທີ່ເຂົ້າຮ່ວມໂຄງການ.
- ມສ ລາດຮ້ວງ, ເມືອງແປກ, ແຂວງຊຽງຂວາງ
- ມສ ສີຊຽງໃໝ່, ເມືອງແປກ, ແຂວງຊຽງຂວາງ
- ມສ ນາປາ, ເມືອງຄໍາ, ແຂວງຊຽງຂວາງ
- ມ ປາຍ ຈອມທອງ, ເມືອງຄໍາ, ແຂວງຊຽງຂວາງ
- ມສ ຈອມເພັດ, ເມືອງຄູນ, ແຂວງຊຽງຂວາງ
- ມສ ຍວນໄຊ, ເມືອງຄູນ, ແຂວງຊຽງຂວາງ
- ມສ ພອນສະຫວັນ, ເມືອງແປກ, ແຂວງຊຽງຂວາງ
- ມສ ໜອງເປັດ, ເມືອງແປກ, ແຂວງຊຽງຂວາງ
- ມສ ໂພນສະຫວັນ, ເມືອງແປກ, ແຂວງຊຽງຂວາງ
- ມສ ອິນແປງ, ເມືອງແປກ, ແຂວງຊຽງຂວາງ
- ວັນນະວົງ, ເມືອງແປກ, ແຂວງຊຽງຂວາງ
- ໂຮງຮຽນ SOS, ເມືອງແປກ, ແຂວງຊຽງຂວາງ
- ມສ ຊົນເຜົ່າ, ເມືອງແປກ, ແຂວງຊຽງຂວາງ
- ມຕ ນາມ້າ, ເມືອງແປກ, ແຂວງຊຽງຂວາງ
- ມັດທະຍົມສົມບູນ ຫີນບູນໃຕ້, ເມືອງຫີນບູນ , ແຂວງຄໍາມ່ວນ
- ມັດທະຍົມສົມບູນ ທ່າໝີ, ເມືອງຫີນບູນ, ແຂວງຄໍາມ່ວນ
- ມັດທະຍົມຕອນປາຍ ໜອງບົກ, ເມືອງໜອງບົກ, ແຂວງຄໍາມ່ວນ
- ມັດທະຍົມສົມບູນ ນາວາງ, ເມືອງໜອງບົກ, ແຂວງຄໍາມ່ວນ
- ມັດທະຍົມສົມບູນ ຕານເທິງ, ເມືອງໜອງບົກ, ແຂວງຄໍາມ່ວນ
- ມັດທະຍົມຕອນປາຍ ຄູນຄໍາ, ເມືອງຄູນຄໍາ, ແຂວງຄໍາມ່ວນ
- ມັດທະຍົມສົມບູນ ນາງກາງ, ເມືອງຄູນຄໍາ, ແຂວງຄໍາມ່ວນ
- ສູນພັດທະນາ ການສຶກສາສໍາລັບເດັກ, ເມືອງປາກລາຍ, ແຂວງໄຊຍະບູລີ
- ມັດທະຍົມສົມບູນ ມິດປະຊາ, ເມືອງພຽງ, ແຂວງໄຊຍະບູລີ
- ມັດທະຍົມສົມບູນ ປາກແຄມ, ເມືອງແກ່ນທ້າວ, ແຂວງໄຊຍະບູລີ
- ມັດທະຍົມສົມບູນ ປາກລາຍ, ເມືອງປາກລາຍ, ແຂວງໄຊຍະບູລີ
- ມັດທະຍົມສົມບູນ ນໍ້າພູນ, ເມືອງປາກລາຍ, ແຂວງໄຊຍະບູລີ
- ມັັດທະຍົມສົມບູນ ແກ່ນທ້າວ, ເມືອງ ແກ່ນທ້າວ, ແຂວງໄຊຍະບູລີ
- ມັດທະຍົມສົມບູນ ນາຕານ, ເມືອງພຽງ, ແຂວງໄຊຍະບູລີ
