
ສະມາຄົມສົ່ງເສີມການອະນຸລັກສິລະປະວັນນະຄະດີ (ສ.ອ.ສ.ວ)
ສ້າງຕັ້ງຂຶ້ນນັບແຕ່ ວັນທີ 7 ກໍລະກົດ 2014 ຈາກພາຍໃຕ້ ຄະນະບໍລິຫານງານ 7 ທ່ານ ແລະ ສະມາຊິກ 25 ທ່ານ.
ສອສວ ແມ່ນການຈັດຕັ້ງທາງສັງຄົມທີ່ສົ່ງເສີມທາງດ້ານວັດທະນະທຳ 3 ຂະແໜງການ: ວັນນະຄະດີ, ວິຈິດສິນ ແລະ ສິລະປະການສະແດງ. ສອສວ ເຊື່ອວ່າ ວັດທະນະທຳແມ່ນກຸນແຈສຳຄັນ ເພື່ອຮອງຮັບການພັດທະນາສັງຄົມໃຫ້ຍືນຍົງ ໂດຍການປຸກລະດົມຫົວຄິດປະດິດສ້າງ ຊ່ອຍຮັດແໜ້ນສາຍພົວພັນສາມັກຄີໃນໝູ່ປະຊາຊົນໃຫ້ເຂັ້ມແຂງ ຊ່ວຍປົກປັກຮັກສາມໍລະດົກຂອງຊາດ ແລະ ຊຸກຍູ້ໃຫ້ນັກຮຽນນັກສຶກສາມີຄວາມມ່ວນຊື່ນຕື່ນໃຈໃນການພັດທະນາຕົນເອງໃຫ້ເປັນຄົນຮຸ່ນໃໝ່ທີ່ສີວິໄລ ແລະ ຮອບຮູ້ດ້ານວັດທະນະທຳ.
ຜ່ານມາຈົນເຖິງປັດຈຸບັນນີ້ ສອສວ ໄດ້ດໍາເນີນແນວທາງຂອງຕົນໂດຍ:
ການສະໜອງປື້ມໃຫ້ຫໍສະໝຸດ ແລະ ຫ້ອງອ່ານ
ຈັດຕັ້ງເຝິກອົບຮົມ ແລະ ກວດສອບສິລະປະ ແລະ ວັນນະຄະດີ
ຈັດພິມປື້ມສຳລັບຊາວໜຸ່ມ ແລະ ເດັກ
ຊຸກຍູ້ກິດຈະກຳຢູ່ສູນ ພັດທະນາການສຶກສາສຳລັບເດັກ (ສພດ)
ຈັດພົບປະນັກແຕ້ມເພື່ອພັດທະນາສີມື ແລະ ການປະດິດສ້າງຮູບພາບປະກອບປຶ້ມ
ການພົບປະສົນທະນາລະຫວ່າງນັກຂຽນ ແລະ ຜູ້ອ່ານ
ການທີ່ ສອສວ ດຳເນີນກິດຈະກຳເຫຼົ່ານີ້ໄດ້ ກໍ່ຍ້ອນວ່າ ສະມາຊິກ ສອສວ ຈຳນວນໜຶ່ງເປັນນັກຂຽນ, ນັກຄົ້ນຄວ້າ ແລະ ເປັນນັກແຕ້ມທີ່ມີປະສົບການໃນການຈັດພິມປຶ້ມ,ຈັດການກວດສອບ, ຈັດການເຝິກອົບຮົມສຳມະນາ ແລະ ດຳເນີນກິດຈະກຳດ້ານສິລະປະກັບເດັກນ້ອຍມາແລ້ວຢ່າງຊຳນານ. ນອກນີ້ ຍັງມີສິລະປິນແຫ່ງຊາດ, ສິລະປິນດີເດັ່ນ, ຫົວໜ້າໂຄງການ ແລະ ນັກກິດຈະກຳທາງດ້ານວັດທະນະທຳຫຼາຍທ່ານໄດ້ເຄີຍດຳເນີນໂຄງການທາງດ້ານວັດທະນະທຳມາແລ້ວເປັນຜູ້ສະໜັບສະໜູນເຊັ່ນ:
ໂຄງການອ່ານກາບກອນ ແລະ ຂັບລຳສັງສິນໄຊ ແລະ ໂຄງການເພັງປະສານສຽງ (2006 ເຖິງປັດຈຸບັນ) ໄດ້ເຄື່ອນໄຫວກ່ອນການສ້າງຕັ້ງສະມາຄົມ.
ໂຄງການນັກແຕ້ມກາຕູນໄວເດັກ (ໄດ້ຮ່ວມມືກັບມູນນິທິເດັກ ຢູ່ປະເທດໄທ ປີ 2008).
ໂຄງການເຝິກອົບຮົມ ແລະ ຜະລິດປື້ມປະກອບຮູບສຳລັບໄວໜຸ່ມ (ຮ່ວມກັບ ALC 2012 – 2013).